ການບໍລິຈາກເພື່ອຊ່ວຍເຫຼືອຜູ້ປະສົບໄພຈາກເຫດນ້ຳຖ້ວມແມ່ນ້ຳຂອງ

Sep 17
1 min read

ບໍລິສັດ ແອັກຖີບພີໂພສ໌ ເຊົ່າສິນເຊື່ອ (ລາວ) ຈຳກັດ ໄດ້ບໍລິຈາກເງິນຈຳນວນ 10,000,000 ກີບ ຜ່ານສະພາກາແດງແຫ່ງຊາດລາວ ເພື່ອຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຫດນ້ຳຖ້ວມແມ່ນ້ຳຂອງ.
ພວກເຮົາຂໍສົ່ງຄວາມຫ່ວງໃຍຢ່າງສຸດຊຶ້ງໄປຍັງຜູ້ປະສົບໄພທຸກຄົນ ແລະ ຂໍໃຫ້ເຂດທີ່ໄດ້ຮັບຜົນກະທົບຟື້ນຟູກັບຄືນສູ່ສະພາບປົກກະຕິໂດຍໄວ.
ໃນຖານະທີ່ເປັນສ່ວນໜຶ່ງຂອງຊຸມຊົນ ບໍລິສັດຈະສືບຕໍ່ດຳເນີນກິດຈະກຳເພື່ອປະກອບສ່ວນ ແລະ ສ້າງປະໂຫຍດໃຫ້ແກ່ສັງຄົມຢ່າງຕໍ່ເນື່ອງ.


Comments